ທ່ານ Lv Daliang, ໂຄສົກກົມພາສີຈີນກ່າວໃນວັນອັງຄານມື້ນີ້ວ່າ: ມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າທັງໝົດຂອງຈີນບັນລຸ 42,070 ຕື້ຢວນໃນປີ 2022, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີ 2021. ການສົ່ງອອກເພີ່ມຂຶ້ນ 10.5 ສ່ວນຮ້ອຍ ແລະການນໍາເຂົ້າ 4.3 ສ່ວນຮ້ອຍ. ມາຮອດປະຈຸບັນ, ຈີນແມ່ນປະເທດໃຫຍ່ທີ່ສຸດໃນການຄ້າສິນຄ້າເປັນເວລາ 6 ປີຕິດຕໍ່ກັນ.
ໃນໄຕມາດທີໜຶ່ງແລະທີສອງ, ມູນຄ່າການນຳເຂົ້າແລະສົ່ງອອກທັງໝົດໄດ້ລື່ນກາຍ 900 ຕື້ຢວນແລະ 1000 ຕື້ຢວນຕາມລຳດັບ. ໃນໄຕມາດທີ 3, ມູນຄ່າການນຳເຂົ້າແລະສົ່ງອອກທັງໝົດໄດ້ເພີ່ມຂຶ້ນເປັນ 11,300 ຕື້ຢວນ, ເຊິ່ງສູງເປັນປະຫວັດການຕໍ່ໄຕມາດ. ໃນໄຕມາດທີ 4, ມູນຄ່າການນຳເຂົ້າແລະສົ່ງອອກທັງໝົດຍັງຄົງຢູ່ທີ່ 11 ພັນຕື້ຢວນ.
ເວລາປະກາດ: 13-01-2023


